Post:
By:
ໃນວັນທີ 8 ກໍລະກົດ 2025, ທີ່ຫ້ອງປະຊຸມໂຮງແຮມລາດຊະວົງ ວັນດ້າວິສຕ້າ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ຄໍາແສນ ສີສະວົງ ປະທານສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ), ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີສະຫາຍຮອງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ບັນດາຫົວໜ້າກົມ-ຮອງກົມຈາກ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາ-ຮອງເລຂາ ຄະນະບໍລະຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ບັນດາແຂວງ, ນະຄອນຫຼວງ, ກະຊວງ-ອົງການ, ຄະນະປະທານ ສທໜຊ ແລະ ສທໜຂ ພ້ອມດ້ວຍຜູ້ແທນຕາງໜ້າໃຫ້ສະມາຊິກ ສທໜ ທົ່ວປະເທດ ເຂົ້າຮ່ວມທັງໝົດ 195 ສະຫາຍ, ຍິງ 55 ສະຫາຍ. ໃນນີ້ ມີຜູ້ແທນສົມບູນ ຈໍານວນ 113 ສະຫາຍ, ຍິງ 36 ສະຫາຍ; ບັນດາສະຫາຍ ຜູ້ແທນກອງປະຊຸມໃຫຍ່ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ຕໍ່ກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສໍາເລັດໄປຕາມຈຸດປະສົງທີ່ວາງໄວ້.
ກອງປະຊຸມໄດ້ພ້ອມກັນຄົົ້ນຄວ້າ, ປະກອບຄໍາຄິດ ຄໍາເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງທີ່ສະເໜີໂດຍ ສະຫາຍ ສຸວາລີ ຄຳຜຸຍ ຜູ້ວ່າການແທນປະທານ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ເນື້ອໃນລາຍງານການເມືອງ ໄດ້ຕີລາຄາສູງເຖິງຜົນງານໄຊຊະນະ ຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ສທໜຊ ຄັ້ງທີ IV, ເຊິ່ງໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອອ່ນ, ສາເຫດ ແລະ ບົດຮຽນ ຕະຫຼອດການເຄື່ອນໄຫວຂອງ ຄະນະບໍລິຫານງານ ສທໜຊ ທີ່ຜ່ານມາ ພ້ອມກັນນັ້ນກອງປະຊຸມໄດ້ເປັນເອກະພາບສູງ ຮັບຮອງເອົາຄາດໝາຍສູ້ຊົນ ແລະ ແຜນວຽກຈຸດສຸມຂອງຄະນະບໍລິຫານງານ ໃນຕໍ່ໜ້າ. ກອງປະຊຸມຍັງໄດ້ຮັບຟັງການຜ່ານກົດລະບຽບຂອງສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ສະໄໝທີ V. ນອກຈາກນັ້ນ, ຜູ້ແທນກອງປະຊຸມເຫັນດີເປັນເອກະພາບກັບ ບົດສໍາຫຼວດການນໍາພາ ຂອງຄະນະບໍລິຫານງານ ສທໜຊ ສະໄໝທີ IV, ຊຶ່ງມັນໄດ້ເປັນບົດຮຽນອັນສໍາຄັນໃຫ້ ຄະນະບໍລິຫານງານ ສທໜຊ ຊຸດຕໍ່ໄປ ໃນການຈັດຕັ້ງນໍາພາວຽກງານ ຂອງ ສທໜຊ.
ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານ ສທໜຊ ສະໄໝທີ V ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂ ທີ່ກໍານົດໄວ້ ເຊິ່ງຜູ້ຮັບສະ ໝັກ ເລືອກຕັ້ງມີທັງໝົດ 68 ສະຫາຍ, ຍິງ 29 ສະຫາຍ ແລະ ເລືອກໄດ້ ຄະນະບໍລິຫານງານ ຊຸດທີ V ປະກອບມີ 63 ສະຫາຍ, ຍິງ 26 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກເຫັນດີເປັນເອກະພາບໃນການເລືອກ ປະທານ ແລະ ຮອງປະທານ ສທໜຊ ສະໄໝທີ V ດັ່ງນີ້:
ໃນຕອນທ້າຍກອງປະຊຸມຄັ້ງນີ້ ເປັນກຽດຢ່າງສູງຮັບຟັງການໂອ້ລົມ ແລະ ໃຫ້ທິດເຍືອງທາງຈາກ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ການໂອ້ລົມຂອງທ່ານສຸດທີ່ມີເນື້ອໃນຄວາມໝາຍສໍາຄັນຄົບຖ້ວນເລິກເຊິ່ງ, ພວກເຮົາຈະນໍາເອົາຄໍາໂອ້ລົມ ແລະ ທິດຊີ້ນຳດັ່ງກ່າວໄປຄົ້ນຄວ້າເຊື່ອມຊຶມຈັດຕັ້ງປະຕິບັດໃຫ້ເກີດໝາກເກີດຜົນຕົວຈິງ ແລະ ນໍາເອົາຜົນປະໂຫຍດສູງສຸດມາໃຫ້ ສທໜຊ ກໍ່ຄື ສຊປລ.
ກອງປະຊຸມຮຽກຮ້ອງມາຍັງຄະນະບໍລິຫານງານ ແລະ ສະມາຊິກ ສທໜຊ ທົ່ວປະເທດ ຈົ່ງເພີ່ມທະວີຄວາມສາມັກຄີ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ສ້າງຄວາມເປັນເອກະພາບສູງພາຍໃຕ້ການນໍາພາຂອງຄະນະບໍລິຫານງານພັກ ສຊປລ ພ້ອມກັນບຸກບືນກ້າວຂຶ້ນຢ່າງໜັກແໜ້ນ, ສຸມສະຕິປັນຍາທຸກກໍາລັງແຮງຂອງຕົນ, ເຊີດຊູນໍ້າໃຈຮັກຊາດເປັນເຈົ້າຕົນເອງເພີ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍົກສູງຄວາມຮັບຜິດຊອບຕົນເອງ, ຍົກສູງຄວາມຮັບຜິດຊອບທາງການເມືອງເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກທຸ ລະກິດໜຸ່ມແຫ່ງຊາດລາວ ໃຫ້ປະກົດຜົນເປັນຈິງ, ປະຕິບັດ ພາລະກິດຂອງ ສທໜຊ ໂດຍ ຕິດພັນກັບຂະບວນການເຄື່ອນໄຫວວຽກງານຂອງ ສຊປລ ໃຫ້ເປັນຂະບວນການຟົດຟຶ້ນ, ນຳເອົາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ສັງຄົມສາມັກຄີປອງດອງ, ຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລ.
Enter your email address to subscribe our notification of our new post & features by email.