ຈັດງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີເປີດງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ພາຍໃຕ້ຫົວຂໍ້: ຊາວໜຸ່ມ-ເຍົາວະຊົນຍຸກໃໝ່ ເສີມຂະຫຍາຍບົດບາດປະຈັນບານເຂົ້າໃນການປະດິດສ້າງຫັນເປັນດີຈີຕອນ ຂຶ້ນໃນວັນທີ 25 ມິຖຸນານີ້ ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງລັດຖະມົນຕີ, ມີບັນດາຮອງປະທານອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ທູຕານຸທູດ, ຊາວໜຸ່ມ-ເຍົາວະຊົນອ້ອມຂ້າງສູນກາງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ ທັງເປັນປະທານຈັດງານດັ່ງກ່າວ ໄດ້ຂຶ້ນກ່າວເປີດງານວ່າ: ການຈັດງານໃນຄັ້ງນີ້ ມີຈຸດປະສົງ ເພື່ອການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ, ແຜນພັດທະນາຊາວໜຸ່ມ-ເຍົາວະຊົນ 5 ປີ ຄັ້ງທີ II; ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນ ປີ 2021-2030 ໂດຍການສ້າງເງື່ອນໄຂ ແລະ […]

Newsletter

Enter your email address to subscribe our notification of our new post & features by email.